Pages

Menu

Monday 27 May 2013

ເຄື່ອງເຕືອນໄພ

sodoht-baotrom2
ຫຼາຍໆທ່ານທີ່ເຄີຍສະສົມເງິນຄຳ, ຊັບສິນ ຕະຫຼອດຊີວິດ ຂອງທ່ານເພື່ອສ້າງ ຫຼື ຊື້ ເຮືອນເພື່ອເປັນບ່ອນພັກພາອາໄສ, ເປັນ ບ່ອນເຮັດວຽກຂອງທ່ານ ຫຼື ຂອງຄອບຄົວ ທ່ານ. ແຕ່ເວລາທ່ານນອນຫຼັບ ຫຼື ເມື່ອທ່ານບໍ່ຢູ່ບ້ານ ພັດຖືກຜູ້ບໍ່ ຫວັງດີບຸກລຸກເຮືອນຂອງທ່ານ, ຮ້າຍແຮງໄປກວ່ານັ້ນແມ່ນ “ອັກຄີໄພ” ໂດຍທີ່ທ່ານ ຫຼື ຄົນອ້ອມຂ້າງບໍ່ສາມາດ ຮູ້ຕົວໄດ້. ຮ້ານວຽງຈັນເຄື່ອງດັບເພີງ ຂໍແນະນຳ:
ລະບົບສັນຍານເຕືອນຂະໂມຍ, ເຕືອນໄຟໄໝ້ ທີ່ສາມາດ ສົ່ງສັນຍານເຕືອນ ແລະ ໂທຫາທ່ານ ແລະ ຄົນອື່ນໆ ທີ່ທ່ານຕ້ອງການໃຫ້ຮູ້ວ່າ: ເຮືອນຂອງທ່ານກຳລັງຖືກຄຸກຄາມ.
ເປັນລະບົບທີ່ບໍ່ໃຊ້ສາຍ, ຄຸນນະພາບຄຸ້ມຄ່າ ແຕ່ລາຄາສຸດແສນສະບາຍກະເປົາ ພຽງແຕ່ 3,xxx,xxx – 4,xxx,xxx ກີບເທົ່ານັ້ນ (ຂຶ້ນກັບຂະໜາດເຮືອນຂອງທ່ານ).

ເວລາທີ່ທ່ານອອກໄປຂ້າງນອກໂດຍທີ່ທ່ານລືມເປີດລະບົບ ທ່ານກໍ່ສາມາດອອກຄຳສັ່ງເປີດ-ປິດ ດ້ວຍໂທລະສັບ ຂອງທ່ານໄດ້ຢ່າງງ່າຍດາຍ.
ສົນໃຈ ຕິດຕໍ່: ຮ້ານ ວຽງຈັນ ເຄື່ອງດັບເພີງ. ຖະໜົນກຳແພງເມືອງ, ບ.ດົງສະຫວາດ, ມ.ສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທ: 020 9999 2564, 9996 2569.

Monday 29 April 2013

ເຄື່ອງດັບເພີງ ຄຸນະພາບສູງ ລາຄາຖືກ







ຮ້ານ ວຽງຈັນ ເຄື່ອງດັບເພີງ ເປັນສູນຈຳໜ່າຍອຸປະກອນສະກັດກັ້ນ ແລະ ຕ້ານອັກຄີໄພ (ເຄື່ອງດັບເພີງ) ແລະ ອຸປະກອນນິລະໄພຄົບວົງຈອນ ໃນລາຄາຖືກທີ່ສຸດໃນ ສ.ປ.ປ ລາວ.

ນອກຈາກຈຳໜ່າຍອຸປະກອນແລ້ວ, ທາງຮ້ານຍັງໃຫ້ບໍລິການອອກແບບ, ຕິດຕັ້ງ, ສ້ອມແປງ ແລະ ໃຫ້ຄຳປຶກສາກ່ຽວກັບ ລະບົບສະກັດກັ້ນ ແລະ ຕ້ານອັກຄີໄພ, ລະບົບເຕືອນໄພ, ກ້ອງວົງຈອນປິດ,…ດ້ວຍວິຊາການທີ່ຜ່ານການສຶກສາໃນສາຂານີ້ ຈາກຕ່າງປະເທດໂດຍກົງ ແລະ ມີປະສົບການໃນການເຮັດວຽກງານດັ່ງກ່າວ.

ຮ້ານ ວຽງຈັນເຄື່ອງດັບເພີງ ຈະເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 16 ພຶດສະພາ (5) 2013 ນີ້.

ທ່ານທີ່ສົນໃຈຕິດຕໍ່: 020 99992564, 99962569

Email: vientiane_safety@yahoo.com, vientianesafety@gmail.com

Monday 6 August 2012

Lao Script 6.04 + Crack

ຂັ້ນຕອນ:

1. ດາວນ໌ໂຫລດໄຟລ໌ ໄດ້ທີ່: http://laoupload.com/85LLHF5AIHCF/LaoScrip604_crack.rar.html

2. ໃຊ້ໂປຣແກຣມ: WinRar, WinZipF 7-Zip,… ເພື່ອແຕກໄຟລ໌

3. ຕິດຕັ້ງໄຟລ໌ 1.lw604.exe

4. ປິດໂປຣແກຣມ LaoScript ໂດຍການ ຄລິກຂວາໃສ່ສັນຍາລັກພາສາລາວ –> Exit  Laoscript1

5. ຕິດຕັ້ງໄຟລ໌ 2.Crack.exe

ສຸດທ້າຍທ່ານຈະໄດ້ LaoScript 604 ແບບນີ້:

Laoscript2

 

 

 

Monday 9 July 2012

ລະວັງຄົນ “ຄົນສວຍໂອກາດ” (ແອບອ້າງສິດ)

ໃນໄລຍະຊຸມປີຜ່ານມານີ້ ໄດ້ເກີດມີເຫດທີ່ຫຼາຍໆທ່ານອາດບໍ່ຄາດຄິດ ແລະ ອາດຕົກເປັນຜູ້ຖືກເຄາະຮ້າຍມາແລ້ວກໍ່ເປັນໄດ້. ນັ້ນກໍ່ຄືເຫດການ ທີ່ບຸກຄົນ ຫຼື ກຸ່ມຄົນ ຈຳນວນໜຶ່ງ ແອບອ້າງສິດຂອງເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ (ດັບເພີງ) ເພື່ອຈຳໜ່າຍອຸປະກອນດັບເພີງ ໂດຍພວກເຂົານຳໃຊ້ຮູບການ ດັ່ງນີ້:
  1. ນຳໃຊ້ເອກະສານທາງການທີ່ເຊັນ ແລະ ປະທັບຕາ ຂອງກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ. ມີ ເລກທີ xxxx/xxx, ລົງວັນທີ……. ແຕ່ເລກທີ xxxx/xxx ດັ່ງກ່າວ ບໍ່ມີໃນບັນທຶກຂາອອກຂອງກົມກອງ. ບັນດາເອກະສານປະກອບມີ: ໃບສະເໜີ, ໃບແຈ້ງລາຄາ, ໃບຮັບເງິນ,​…
  2. ນຸ່ງເຄື່ອງແບບຕຳຫຼວດຄົບຊຸດ ເພື່ອໄປພົວພັນ ຫຼື ກວດກາຄວາມປອດໄພ ທາງດ້ານອັກຄີໄພ ຕາມບັນດາ ສຳນັກງານ, ອົງການ ຂອງລັດ ແລະ ເອກະຊົນ. ຫຼື ບາງເທື່ອກໍ່ມີຄົນພາຍໃນ ສຳນັກງານ ທີ່ມີຜົນປະໂຫຍດຮ່ວມກັນ ເປັນຜູ້ຊ່ວຍເຫຼືອ (ສົ່ງເສີມ).
  3. ຫຼັງຈາກນັ້ນພວກເຂົາກໍ່ຈະສະເໜີໃຫ້ສຳນັກງານດັ່ງກ່າວຕິດຕັ້ງອຸປະກອນດັບເພີງເພີ່ມເຕີມ ສົ່ງໃບແຈ້ງລາຄາອຸປະກອນໄປໃຫ້ ເມື່ອໄດ້ຮັບການເຫັນດີ ຈາກລູກຄ້າແລ້ວ ພວກເຂົົາ ກໍ່ຈະດຳເນີນການສົ່ງສິນຄ້າ ແລະ ສົ່ງໃບຮັບເງິນ ທີ່ມີການປະທັບຕາກົມກອງ ໃຫ້ກັບລູກຄ້າ.
ນີ້ແມ່ນຮູບການເຄື່ອນໄຫວຂອງກຸ່ມຄົນດັ່ງກ່າວ. ຖ້າຫາກຜູ້ໃດພົບເຫັນການກະທຳ ດັ່ງກ່າວ ກະລຸນາຖາມຊື່ ແລະ ເບີໂທ ຂອງເຂົາເຈົ້າ ແລ້ວໂທ ຫາຂ້າພະເຈົ້າ ທີ່ໝາຍເລກ: 020 99992564.

Tuesday 3 July 2012

ນຳໃຊ້ບັ້ງມອດໄຟ

1. ຖອດສະຫຼັກ (ບິດໃຫ້ກິ໊ບຂາດກ່ອນ).
2. ມືໜຶ່ງຈັບກະບອກສີດເລັງໄປທີ່ຕົ້ນໄຟ.
3. ບີບໄກ ເຕັມແຮງ.
4. ກວາດໄປຕາມເນື້ອທີ່ກຳລັງໄໝ້ ຢ່າງຊ້າໆ.
.........
* ເອົາໃຈໃສ່:
 a. ເວລາຖອດສະຫຼັກ ຫ້າມບີບໄກ ເພາະ ຈະຖອດບໍ່ອອກ.
 b. ຫ້າມສີດສວນທາງລົມ.

Monday 2 July 2012

Wednesday 20 June 2012